Terms of Service

ໜ້າເວັບນີ້ (ລວມເຖິງເອກະສານອ້າງອີງ) ແມ່ນກ່າວເຖິງຂໍ້ກຳນົດໃນນໍາໃຊ້ເວັບໄຊນີ້ (myunidays.com) (“ເວັບໄຊ”), ບໍ່ວ່າຈະໃນຖານະເປັນຜູ້ຊົມໃຊ້ຊົ່ວຄາວ ຫຼື ຜູ້ທີ່ໄດ້ລົງທະບຽນ. ກະລຸນາອ່ານບັນດາຂໍ້ກຳນົດໃນການນໍາໃຊ້ (“ຂໍ້ກຳນົດ”) ໃຫ້ລະອຽດ ກ່ອນທີ່ຈະເລີ່ມໃຊ້ເວັບໄຊຂອງພວກເຮົາ. ເມື່ອໄດ້ນໍາໃຊ້ເວັບໄຊຂອງພວກເຮົາ, ທ່ານແມ່ນໄດ້ສະແດງໃຫ້ເຫັນວ່າທ່ານໄດ້ຍອມຮັບ ແລະ ເຫັນດີປະຕິບັດຕາມຂໍ້ກຳນົດເຫຼົ່ານີ້. ຖ້າຫາກວ່າ ທ່ານບໍ່ເຫັນດີກັບຂໍ້ກຳນົດເຫຼົ່ານີ້, ກະລຸນາຢຸດຕິການນຳໃຊ້ເວັບໄຊ.

ຂໍ້ມູນກ່ຽວກັບພວກເຮົາ

myunidays.com ເປັນເວັບໄຊຂອງ ບໍລິສັດ ມາຍຢຸນິເດສ໌ ຈໍາກັດ (MYUNIDAYS LTD) ທີ່ເຮັດການຄ້າໃນນາມ UNiDAYS (“ພວກເຮົາ” ແລະ “ຂອງພວກເຮົາ”). ພວກເຮົາເປັນບໍລິສັດທີ່ໄດ້ຈົດທະບຽນຢູ່ໃນປະເທດອັງກິດ ແລະ ເວລສ໌ ພາຍໃຕ້ທະບຽນບໍລິສັດເລກທີ 7552253 ແລະ ມີສຳນັກງານຈົດທະບຽນຢູ່ 2 Castle Boulevard, Nottingham, NG7 1FB.

ການເຂົ້າເວັບໄຊຂອງພວກເຮົາ

ການເຂົ້າເວັັບໄຊຂອງພວກເຮົາແມ່ນອະນຸຍາດໃຫ້ເຂົ້າໄດ້ຊົ່ວຄາວ ແລະ ພວກເຮົາສະຫງວນສິດທີ່ຈະຖອນ ຫຼື ແກ້ໄຂການບໍລິການຂອງພວກເຮົາ ຢູ່ໃນເວັບໄຊຂອງພວກເຮົາໂດຍໄດ້ບໍ່ມີການແຈ້ງການ (ເບິ່ງລາຍລະອຽດຂ້າງລຸ່ມ).

ພວກເຮົາຈະບໍ່ຮັບຜິດຊອບຕໍ່ໜ້າກົດໝາຍໃນກໍລະນີທີ່ເວັບໄຊຂອງພວກເຮົາບໍ່ສາມາດນໍາໃຊ້ໄດ້ໃນເວລາໃດໜຶ່ງ ຫຼື ຊ່ວງເວລາໃດໜຶ່ງດ້ວຍເຫດຜົນໃດກໍ່ຕາມ.

ພວກເຮົາອາດຈະຈຳກັດການເຂົ້າຊົມໃຊ້ຂອງຜູ້ຊົມໃຊ້ ທີ່ໄດ້ລົງທະບຽນກັບພວກເຮົາຕໍ່ບາງພາກສ່ວນ ຫຼື ທັງໝົດຂອງເວັບໄຊຂອງພວກເຮົາເປັນບາງຄັ້ງຄາວ.

ຖ້າຫາກທ່ານເລືອກ ຫຼື ທ່ານໄດ້ຮັບລະຫັດປະຈຳຕົວຜູ້ຊົມໃຊ້, ລະຫັດຜ່ານ ຫຼື ຂໍ້ມູນອື່ນໆ ທີ່ຢູ່ໃນຂັ້ນຕອນການຮັກສາຄວາມປອດໄພຂອງພວກເຮົາ, ທ່ານຕ້ອງຮັກສາຂໍ້ມູນດັ່ງກ່າວເປັນຄວາມລັບ ແລະ ບໍ່ເປີດເຜີຍຕໍ່ບຸກຄົນທີສາມ. ພວກເຮົາມີສິດທີ່ຈະຍົກເລີກລະຫັດປະຈຳຕົວຜູ້ຊົມໃຊ້ ຫຼື ລະຫັດຜ່ານ ບໍ່ວ່າທ່ານຈະເປັນຜູ້ເລືອກໃຫ້ເຮັດ ຫຼື ເປັນການກຳນົດຂອງພວກເຮົາ ໃນເວລາໃດກໍ່ໄດ້ ໃນກໍລະນີທີ່ພວກເຮົາເຫັນວ່າ ທ່ານບໍ່ໄດ້ປະຕິບັດຕາມຂໍ້ກຳນົດເຫຼົ່ານີ້.

ທ່ານເປັນຜູ້ຮັບຜິດຊອບໃນການກະກຽມສິ່ງທີ່ຈຳເປັນ ສຳລັບການເຂົ້າມາຊົມໃຊ້ເວັບໄຊຂອງພວກເຮົາ. ທ່ານຍັງຮັບຜິດຊອບຕໍ່ການຮັບປະກັນວ່າ ທຸກຄົນທີ່ເຂົ້າມາຊົມໃຊ້ເວັບໄຊຂອງພວກເຮົາ ໂດຍຜ່ານການເຊື່ອມຕໍ່ອິນເຕີເນັດຂອງທ່ານແມ່ນຮັບຮູ້ ແລະ ຈະປະຕິບັດຕາມບັນດາຂໍ້ກຳນົດເຫຼົ່ານີ້.

ເມື່ອມີການໄດ້ຮັບສະຫັດຫຼຸດລາຄາ ຫຼື ການເຂົ້າເຖິງການບໍລິການ ຫຼື ການຫຼຸດລາຄາຜ່ານເວັບໄຊຂອງພວກເຮົາ, ທ່ານຮັບຮູ້ວ່າ ການບໍລິການ ຫຼື ສ່ວນຫຼຸດລາຄາດັ່ງກ່າວແມ່ນຂຶ້ນກັບຂໍ້ກຳນົດ ແລະ ເງື່ອນໄຂຂອງພາກສ່ວນທີສາມ ແລະ ມັນເປັນຄວາມຮັບຜິດຊອບຂອງທ່ານທີ່ຈະກວດບັນດາຂໍ້ກຳນົດ ແລະ ເງື່ອນໄຂດັ່ງກ່າວກ່ອນທີ່ຈະມີການດຳເນີນການໃດໆກັບພາກສ່ວນທີສາມນັ້ນ.

ການບໍລິການຂອງ UNiDAYS ແມ່ນບໍ່ປະສົງໃຫ້ບຸກຄົນທີ່ອາຍຸຕໍ່າກວ່າ 16 ປີເຂົ້າມານໍາໃຊ້. ຖ້າຫາກທ່ານມີອາຍຸຕໍ່າກວ່າ 16 ປີ, ທ່ານຈະບໍ່ໄດ້ຮັບອະນຸຍາດໃຫ້ນໍາໃຊ້ການບໍລິການຂອງ UNiDAYS. ເມື່ອມີການນຳໃຊ້ການບໍລິການ, ທ່ານຢືນຢັນວ່າທ່ານມີອາຍຸຢ່າງໜ້ອຍ 16 ປີ.

ຖ້າຫາກທ່ານມີອາຍຸລະຫວ່າງ 16 ຫາ 17 ປີ, ທ່ານອາດຈະລົງທະບຽນນໍາໃຊ້ການບໍລິການຂອງ UNiDAYS ໂດຍໄດ້ຮັບການເຫັນດີຈາກຜູ້ປົກຄອງ ຫຼື ຜູ້ປົກຄອງທາງກົດໝາຍ.

ເມື່ອມີການນໍາໃຊ້ການບໍລິການຂອງ UNiDAYS, ທ່ານຢືນຢັນວ່າທ່ານໄດ້ຮັບການເຫັນດີດັ່ງກ່າວ ແລະ ທ່ານຈະຍອມປະຕິບັດຕາມ ແລະ ປະຕິບັດຕາມຂໍ້ກຳນົດເຫຼົ່ານີ້. ຖ້າຫາກທ່ານມີອາຍຸ 18 ປີ ຫຼື ສູງກວ່ານັ້ນ, ທ່ານຢືນຢັນວ່າ ທ່ານສາມາດ ແລະ ມີຄວາມສາມາດຢ່າງເຕັມທີ່ໆຈະລົງນາມໃນຂໍ້ກຳນົດ, ເງື່ອນໄຂ, ພັນທະ, ການຢືນຢັນ, ຄວາມແທ້ຈິງ ແລະ ການຮັບປະກັນ ທີ່ກຳນົດໄວ້ໃນບັນດາຂໍ້ກຳນົດເຫຼົ່ານີ້ ແລະ ໃນການຍອມປະຕິບັດ ແລະ ປະຕິບັດຕາມຂໍ້ກຳນົດເຫຼົ່ານີ້.

ສິດຕໍ່ຊັບສິນທາງປັນຍາ

ພວກເຮົາເປັນເຈົ້າຂອງສິດຕໍ່ຊັບສິນທາງປັນຍາທັງໝົດທີ່ຢູ່ໃນເວັບໄຊຂອງພວກເຮົາ. ໂດຍຍົກເວັ້ນບັນດາເນື້ອຫາທີ່ໄດ້ມາຈາກເວັບໄຊ, ສິນຄ້າ ແລະ ບໍລິສັດໂຄສະນາອື່ນໆ, ພວກເຮົາຍັງເປັນເຈົ້າຂອງສິດຕໍ່ຊັບສິນທາງປັນຍາທີ່ໄດ້ລົງຢູ່ໃນເວັບໄຊ. ສິ່ງທີ່ກ່າວມານີ້ ແມ່ນໄດ້ຮັບການປົກປ້ອງໂດຍກົດໝາຍວ່າດ້ວຍລິຂະສິດ ແລະ ສົນທິສັນຍາໃນຂອບເຂດທົ່ວໂລກ. ສິດທັງໝົດນີ້ແມ່ນຖືກສະຫງວນໄວ້.

ທ່ານອາດຈະພິມສຳເນົາ ແລະ ດາວໂຫຼດຂໍ້ມູນຫຍໍ້ຂອງໜ້າໃດໜຶ່ງອອກຈາກເວັບໄຊຂອງພວກເຮົາ ເພື່ອເອົາໄປນໍາໃຊ້ເປັນເອກະສານອ້າງອີງຂອງທ່ານ ແລະ ທ່ານອາດຈະດຶງເອົາຄວາມສົນໃຈຂອງຜູ້ອື່ນຕໍ່ກັບຂໍ້ມູນທີ່ສະແດງຢູ່ເວັບໄຊ, ນອກຈາກວ່າຈະໄດ້ມີການຊີ້ນຳ.

ທ່ານບໍ່ສາມາດດັດແກ້ເອກະສານ ຫຼື ສຳເນົາຂໍ້ມູນດິຈິຕໍ ທີ່ທ່ານໄດ້ພິມອອກ ຫຼື ດາວໂຫຼດມາດ້ວຍວິທີໃດກໍຕາມ ແລະ ທ່ານບໍ່ສາມາດນໍາໃຊ້ພາບປະກອບ, ຮູບຖ່າຍ, ພາບເຄື່ອນໄຫວ ຫຼື ສຽງ ຫຼື ພາບອອກແບບ ແຍກອອກຈາກເນື້ອໃນໃດໜຶ່ງຂອງເວັບໄຊ.

ສະຖານະພາບຂອງພວກເຮົາ (ແລະ ຂອງຜູ້ທີ່ປະກອບສ່ວນໃດໜຶ່ງທີ່ໄດ່ມີການລະບຸຕົວຕົນ) ໃນຖານະເປັນຜູ້ສ້າງເນື້ອຫາຢູ່ໃນເວັບໄຊຂອງພວກເຮົາຕ້ອງເປັນທີ່ຮັບຮູ້ສະເໝີ. ທ່ານບໍ່ສາມາດໃຊ້ສ່ວນໃດໜຶ່ງຂອງເນື້ອຫາຢູ່ໃນເວັບໄຊ ເພື່ອຈຸດປະສົງທາງການຄ້າ ໂດຍບໍ່ໄດ້ຮັບອະນຸຍາດຈາກພວກເຮົາ.

ຖ້າທ່ານພິມ ຫຼື ດາວໂຫຼດເນື້ອຫາສ່ວນໃດສ່ວນໜຶ່ງອອກຈາກເວັບໄຊຂອງພວກເຮົາ ທີ່ເປັນການລະເມີດຕໍ່ຂໍ້ກຳນົດເຫຼົ່ານີ້, ສິດຂອງທ່ານໃນການໃຊ້ເວັບໄຊຂອງພວກເຮົາຈະຢຸດຕິລົງທັນທີ ແລະ ທ່ານຕ້ອງສົ່ງຄືນ ຫຼື ທຳລາຍທຸກເນື້ອຫາທີ່ທ່ານໄດ້ເຮັດສຳເນົາອອກຈາກເວັບໄຊຂອງພວກເຮົາ ຕາມການຕັດສິນຂອງພວກເຮົາ.

ຄວາມໜ້າເຊື່ອຖືຂອງເນື້ອຫາໃນເວັບໄຊ

ຄຳຄິດເຫັນ, ການໂຄສະນາ ແລະ ເນື້ອຫາອື່ນໆ ທີ່ໄດ້ສະແດງຢູ່ໃນເວັບໄຊຂອງພວກເຮົາແມ່ນບໍ່ປະສົງທີ່ຈະລວມເປັນຂໍ້ແນະນຳ ກ່ຽວກັບຄວາມໜ້າເຊື່ອຖື ທີ່ຄວນຈະໄດ້ຮັບ. ດັ່ງນັ້ນ, ພວກເຮົາບໍ່ຂໍຮັບຜິດຊອບຕໍ່ໜ້າກົດໝາຍ ແລະ ຮັບຜິດຊອບທັງໝົດຕໍ່ສິ່ງທີ່ເກີດຂຶ້ນຈາກຄວາມໜ້າເຊື່ອຖືຂອງຜູ້ຊົມໃຊ້ເວັບໄຊຂອງພວກເຮົາທີ່ມີຕໍ່ເນື້ອຫາດັ່ງກ່າວ ຫຼື ຂອງຜູ້ໃດກໍ່ຕາມ ທີ່ອາດຈະຮັບຊາບກ່ຽວກັບເນື້ອໃນຂອງມັນ.

ເວັບໄຊຂອງພວກເຮົາມີການປ່ຽນແປງເປັນປົກກະຕິ

ພວກເຮົາຕັ້ງເປົ້າປັບປຸງເວັບໄຊຂອງພວກເຮົາເປັນປົກກະຕິ ແລະ ອາດຈະປ່ຽນເນື້ອຫາໄດ້ຕະຫຼອດເວລາ. ຖ້າກໍລະນີມີຄວາມຈຳເປັນເກີດຂຶ້ນ, ພວກເຮົາອາດຈະຢຸດການເຂົ້າຢ້ຽມຊົມເວັບໄຊຊົ່ວຄາວ ຫຼື ປິດຢ່າງບໍ່ມີກຳນົດ. ເນື້ອຫາຕ່າງໆທີ່ຢູ່ໃນເວັບໄຊຂອງພວກເຮົາອາດຈະບໍ່ໄດ້ເປັນເນື້ອຫາໃໝ່ໃນຊ່ວງເວລາໃດໜຶ່ງ ແລະ ພວກເຮົາບໍ່ມີພັນທະໃນການປັບປຸງເນື້ອຫາດັ່ງກ່າວ.

ຄວາມຮັບຜິດຊອບຕໍ່ໜ້າກົດໝາຍຂອງພວກເຮົາ

ເນື້ອຫາທີ່ສະແດງຢູ່ໃນເວັບໃຊຂອງພວກເຮົາແມ່ນສະໜອງຂຶ້ນມາໂດຍປາສະຈາກການຄຳ້ປະກັນ, ເງື່ອນໄຂ ຫຼື ການຮັບປະກັນໃດໜຶ່ງຕໍ່ຄວາມຖືກຕ້ອງຂອງມັນ. ຕາມຂອບເຂດຂອງກົດໝາຍ, ພວກເຮົາ ແລະ ພາກສ່ວນທີສາມທີ່ຕິດພັນກັບພວກເຮົາບໍ່ຂໍຮັບຜິດຊອບຕໍ່: ບັນດາເງື່ອນໄຂ, ການຮັບປະກັນ ແລະ ຂໍ້ກຳນົດທັງໝົດ ເຊິ່ງອາດຈະໝາຍເຖິງລັດຖະບັນຍັດ, ກົດໝາຍທີ່ອີງໃສ່ປະເພນີ ແລະ ກົດໝາຍຍຸດຕິທຳ.

ຄວາມຮັບຜິດຊອບຕໍ່ໜ້າກົດໝາຍໃດໜຶ່ງ ທີ່ສົ່ງຜົນທາງກົງ, ທາງອ້ອມ ຫຼື ສົ່ງຜົນໃຫ້ມີການສູນເສຍ ຫຼື ຄວາມເສຍຫາຍ ທີ່ເກີດຂຶ້ນຈາກຜູ້ນໍາໃຊ້ ທີ່ຕິດພັນກັບເວັບໄຊຂອງພວກເຮົາ ຫຼື ຕິດພັນກັບການນໍາໃຊ້, ການບໍ່ສາມາດນໍາໃຊ້ ຫຼື ຜົນຂອງການນໍາໃຊ້ເວັບໄຊຂອງພວກເຮົາ, ເວັບໄຊໃດໜຶ່ງທີ່ເຊື່ອມຕໍ່ກັບມັນ ແລະ ເນື້ອຫາຕ່າງໆທີ່ມີຢູ່ໃນເວັບໄຊ ເຊິ່ງລວມໄປເຖິງ ການທີ່ບໍ່ມີການຈຳກັດຄວາມຮັບຜິດຊອບຕໍ່ໜ້າກົດໝາຍສຳລັບ:
ການສູນເສຍລາຍໄດ້ ຫຼື ລາຍຮັບ
ການສູນເສຍທາງທຸລະກິດ
ການສູນເສຍຜົນກຳໄລ ຫຼື ສັນຍາ
ການສູນເສຍເງິນສະສົມທີ່ໄດ້ຄາດໝາຍໄວ້ວ່າຈະໄດ້ຮັບ
ການສູນເສຍຂໍ້ມູນ
ການສູນເສຍຊື່ສຽງ ແລະ ຄວາມເຊື່ອຖື
ການເສຍເວລາໃນການຄຸ້ມຄອງບໍລິຫານ ຫຼື ເຮັດວຽກ ແລະ
ການສູນເສຍອື່ນໆ ຫຼື ຄວາມເສຍຫາຍໃນຮູບແບບໃດໜຶ່ງ ທີ່ເກີດຂຶ້ນ ແລະ
ເປັນຍ້ອນການເຮັດຜິດທາງກົດໝາຍ (ລວມທັງຄວາມປະໝາດ), ການລະເມີດສັນຍາ ຫຼື ເປັນຢ່າງອື່ນ, ເຖິງຈະຄາດການໄດ້ກໍຕາມ.

ສິ່ງດັ່ງກ່າວນີ້ ຈະບໍ່ມີຜົນກະທົບຕໍ່ຄວາມຮັບຜິດຊອບຕໍ່ໜ້າກົດໝາຍຂອງພວກເຮົາ ເມື່ອມີບຸກຄົນເສຍຊີວິດ ຫຼື ບາດເຈັບ ເນື່ອງຈາກຄວາມປະໝາດຂອງພວກເຮົາ ແລະ ກໍບໍ່ແມ່ນຄວາມຮັບຜິດຊອບຕໍ່ໜ້າກົດໝາຍຂອງພວກເຮົາ ຕໍ່ການຫຼອກລວງ ຫຼື ບິດເບືອນຄວາມເປັນຈິງ ຕໍ່ກັບບັນຫາທີ່ເປັນພື້ນຖານ ຫຼື ແມ່ນກະທັງຄວາມຮັບຜິດຊອບຕໍ່ໜ້າກົດໝາຍ ທີ່ບໍ່ສາມາດຍົກເວັ້ນ ຫຼື ຈຳກັດພາຍໃຕ້ກົດໝາຍທີ່ກ່ຽວຂ້ອງ.

ຂໍ້ມູນກ່ຽວກັບທ່ານ ແລະ ການເຂົ້າເວັບໄຊຂອງທ່ານ

ພວກເຮົາແມ່ນປະມວນຂໍ້ມູນກ່ຽວກັບທ່ານ ໂດຍເຮັດສອດຄ່ອງກັບນະໂຍບາຍຄວາມເປັນສ່ວນຕົວຂອງພວກເຮົາ. ເມື່ອນໍາໃຊ້ເວັບໄຊຂອງພວກເຮົາ, ທ່ານເຫັນດີຕໍ່ກັບການປະມວນດັ່ງກ່າວ ແລະ ຮັບປະກັນວ່າ ຂໍ້ມູນທັງໝົດທີ່ທ່ານສະໜອງໃຫ້ແມ່ນຖືກຕ້ອງ.

ພວກເຮົານໍາໃຊ້ຄຸກກີ້ ເພື່ອເກັບຮັກສາຂໍ້ມູນຢູ່ໃນລະບົບຄອມພິວເຕີຂອງທ່ານ. ຄຸກກີ້ນີ້ບໍ່ເກັບຂໍ້ມູນສ່ວນຕົວ; ພວກມັນພຽງອຳນວຍຄວາມສະດວກໃຫ້ແກ່ການບໍລິການຂອງ UNiDAYS ເທົ່ານັ້ນ.

ເມື່ອນໍາໃຊ້ເວັບໄຊນີ້, ທ່ານຕົກລົງເຫັນດີຕາມລະບຽບຂໍ້ທີ 6 ຂອງລະບຽບການວ່າດ້ວຍການສື່ສານສ່ວນຕົວ ແລະ ທາງອີເລັກໂທຣນິກ ປີ 2003 (PECR), ເຊິ່ງເປັນການຮັບຮູ້ຕໍ່ກັບບັນຫາລຸ່ມນີ້:

1. ທ່ານສາມາດປະຕິເສດທີ່ຈະຍອມຮັບເອົາຄຸກກີ້ຈາກເວັບໄຊນີ້ ໂດຍການຕັ້ງຄ່າບຣາວເຊີຂອງທ່ານ ເພື່ອປະຕິເສດຄຸກກີ້ຈາກໂດເມນຂອງ myunidays.com. ເມື່ອປະຕິບັດເຊັ່ນນັ້ນ ທ່ານຈະບໍ່ສາມາດເຂົ້າ ແລະ ພວກເຮົາຈະບໍ່ສາມາດສະແດງຂໍ້ມູນທີ່ຖືກຕ້ອງຕໍ່ທ່ານ.
2. ເມື່ອລົງທະບຽນ ຫຼື ເຂົ້າສູ່ເວັບໄຊ, ທ່ານເຫັນດີໃຫ້ພວກເຮົາສາມາດຕິດຕັ້ງຄຸກກີ້ເພື່ອວັດຖຸປະສົງດັ່ງກ່າວນີ້. ມັນເປັນໄປບໍ່ໄດ້ທີ່ທ່ານຈະເຂົ້າເວັບໄຊໂດຍທີ່ບໍ່ໄດ້ໃຫ້ພວກເຮົາຕິດຕັັ້ງຄຸກກີ້ໃຫ້. ລາຍລະອຽດແມ່ນຢູ່ໃນ ຂໍ້ 4 (ກ) ແລະ 4 (ຂ) ຂອງລະບຽບການ.
3. ທ່ານສາມາດລຶບຄຸກກີ້ທີ່ພວກເຮົາຕິດຕັ້ງໄດ້ທຸກເວລາໂດຍຜ່ານບຣາວເຊີຂອງທ່ານ.
4. ການນໍາໃຊ້ຄຸກກີ້ຂອງພວກເຮົາແມ່ນຢູ່ພາຍໃຕ້ການນິຍາມ “ຄວາມຈຳເປັນຢ່າງເຂັ້ມງວດ” ຂອງລະບຽບການ ແລະ ສະນັ້ນ ພວກເຮົາຈິ່ງບໍ່ຈຳເປັນເຮັດໃຫ້ຂໍ້ຄວາມກ່ຽວກັບຄຸກກີ້ປະກົດຂຶ້ນມາຢູ່ໜ້າຈໍ ທີ່ກ່າວເຖິງການຕິດຕັ້ງ ຫຼື ດັດແປງໃນແຕ່ລະຄັ້ງ.

ໄວຣັສ, ການເຈາະຂໍ້ມູນ ແລະ ການກະທຳຜິດອື່ນໆ

ບໍ່ໃຫ້ທ່ານນໍາໃຊ້ເວັບໄຊຂອງພວກເຮົາໃນທາງທີ່ຜິດ ໂດຍນໍາໃຊ້ໄວຣັສ, Trojans, worms, logic bombs ຫຼື ສິ່ງອື່ນໆ ທີ່ປະສົງບໍ່ດີ ຫຼື ເປັນຜົນຮ້າຍດ້ານເຕັກນິກ.

ທ່ານບໍ່ຄວນພະຍາຍາມເຂົ້າໃຊ້ເວັບໄຊຂອງພວກເຮົາໂດຍບໍ່ໄດ້ຮັບປະນຸຍາດ, ເຊີເວີທີ່ບັນທຶກເວັບໄຊຂອງພວກເຮົາ ຫຼື ເຊີເວີຄອມພີວເຕີໃດໜຶ່ງ ຫຼື ຖານຂໍ້ມູນທີ່ກ່ຽວຂ້ອງກັບເວັບໄຊຂອງພວກເຮົາ. ທ່ານບໍ່ຄວນໂຈມຕີເວັບໄຊຂອງພວກເຮົາ ໂດຍໂຈມຕີຜ່ານຂະບວນການປະຕິເສດການໃຫ້ການບໍລິການ ຫຼື ເຜີຍແຜ່ຂໍ້ມູນໂຈມຕີເພື່ອປະຕິເສດການໃຫ້ການບໍລິການ.

ເມື່ອມີການລະເມີດບົດບັນຍັດສະບັບນີ້, ທ່ານອາດຈະກະທຳຜິດທາງອາຍາ ເຊິ່ງຢູ່ພາຍໃຕ້ກົດໝາຍວ່າດ້ວຍການນໍາໃຊ້ຄອມພິວເຕີໃນທາງທີ່ຜິດ 1990. ພວກເຮົາຈະລາຍງານເຖິງການລະເມີດຕໍ່ກັບອົງການບັງຄັບໃຊ້ກົດໝາຍທີ່ກ່ຽວຂ້ອງ ແລະ ຈະເຮັດວຽກຮ່ວມມືກັບອົງການເຫຼົ່ານັ້ນ ໂດຍການເປີດເຜີຍຕົວຕົນຂອງທ່ານຕໍ່ເຈົ້າໜ້າທີ່. ໃນກໍລະນີຂອງການລະເມີດດັ່ງກ່າວ, ສິດຂອງທ່ານໃນການນໍາໃຊ້ເວັບໄຊຂອງພວກເຮົາຈະຖືກຢຸດຕິລົງທັນທີ.

ພວກເຮົາຈະບໍ່ມີຄວາມຮັບຜິດຊອບຕໍ່ໜ້າກົດໝາຍ ຕໍ່ການສູນເສຍ ແລະ ຄວາມເສຍຫາຍທີ່ເກີດຂຶ້ນຍ້ອນການເຜີຍແຜ່ຂໍ້ມູນໂຈມປະຕິເສດການບໍລິການ, ໄວຮັສ ຫຼື ສິ່ງອື່ນທີ່ເປັນອັນຕະລາຍຕໍ່ເທັກໂນໂລຢີ ທີ່ອາດຈະມີຜົນກະທົບຕໍ່ອຸປະກອນຄອມພິວເຕີຂອງທ່ານ, ໂປຣແກຣມຄອມພິວເຕີ, ຂໍ້ມູນ ຫຼື ຊັບສິນອື່ນ ເນື່ອງຈາກການທີ່ທ່ານນໍາໃຊ້ເວັບໄຊຂອງພວກເຮົາ ຫຼື ເນື່ອງຈາກການດາວໂຫຼດຂໍ້ມູນທີ່ລົງຢູ່ໃນເວັບໄຊ ຫຼື ຈາກເວັບໄຊຕ່າງໆທີ່ເຊື່ອມຕໍ່ກັບເວັບໄຊຂອງພວກເຮົາ.

ການເຊື່ອມຕໍ່ກັບເວັບໄຊຂອງພວກເຮົາ

ທ່ານອາດຈະເຊື່ອມຕໍ່ກັບໜ້າຫຼັກຂອງເວັບໄຊຂອງພວກເຮົາ ຖ້າຫາກວ່າທ່ານປະຕິບັດຢ່າງຍຸຕິທຳ ແລະ ຖືກຕ້ອງຕາມກົດໝາຍ ແລະ ບໍ່ສ້າງຄວາມເສຍຫາຍຕໍ່ຊື່ສຽງຂອງພວກເຮົາ ຫຼື ຊອກຫາເອົາຜົນປະໂຫຍດຈາກມັນ, ແຕ່ທ່ານບໍ່ຄວນສ້າງລິ້ງໃນຮູບແບບທີ່ເປັນການແນະນໍາການໂຮມຕົວກັນ, ການອະນຸມັດ ຫຼື ການຮັບຮອງ ໂດຍເຮັດໃນນາມຂອງພວກເຮົາ ເຊິ່ງເປັນສິ່ງທີ່ບໍ່ແມ່ນຄວາມຈິງ. ທ່ານບໍ່ຄວນສ້າງລິ້ງຈາກເວັບໄຊອື່ນທີ່ທ່ານບໍ່ແມ່ນເຈົ້າຂອງ.

ເວັບໄຊຂອງພວກເຮົາຈະບໍ່ໃຫ້ຜູ້ອື່ນໃສ່ຮ້າຍໂດຍລົງຂໍ້ຄວາມຢູ່ໃນເວັບໄຊອື່ນ ແລະ ທ່ານບໍ່ສາມາດສ້າງລິ້ງເຊື່ອມຕໍ່ກັບສ່ວນໃດໜຶ່ງຂອງເວັບໄຊຂອງພວກເຮົານອກເໜືອຈາກໜ້າຫຼັກຂອງເວັບໄຊ. ພວກເຮົາສະຫງວນສິດທີ່ຈະຖອນການຂໍອະນຸຍາດສ້າງລິ້ງໂດຍປາສະຈາການແຈ້ງການ. ຖ້າທ່ານຕ້ອງການໃຊ້ເນື້ອຫາທີ່ຢູ່ໃນເວັບໄຊຂອງພວກເຮົາ ນອກຈາກສິ່ງທີ່ໄດ້ກ່າວມາຂ້າງເທີງນີ້, ກະລຸນາສະເໜີມາທີ່ help@myunidays.com.

ລິ້ງຈາກເວັບໄຊຂອງພວກເຮົາ

ໃນກໍລະນີເວັບໄຊຂອງພວກເຮົາມີລິ້ງເຊື່ອມຕໍ່ກັບເວັບໄຊອື່ນໆ ແລະ ແຫຼ່ງເນື້ອຫາຂອງພາກສ່ວນທີສາມ, ລິ້ງເຫຼົ່ານີ້ແມ່ນມີໄວ້ເປັນບ່ອນອີງຂອງທ່ານເທົ່ານັ້ນ. ພວກເຮົາບໍ່ໄດ້ຄວບຄຸມຕໍ່ກັບເນື້ອໃນຂອງເວັບໄຊ ຫຼື ຂໍ້ມູນເຫຼົ່ານັ້ນ ແລະ ບໍ່ຂໍມີຄວາມຮັບຜິດຊອບຕໍ່ຂໍ້ມູນດັ່ງກ່າວ ຫຼື ຕໍ່ກັບການສູນເສຍ ຫຼື ເສຍຫາຍທີ່ອາດເກີດຂຶ້ນຈາກການນໍາໃຊ້ພວກມັນ.

ຂອບເຂດອຳນາດຂອງສານ ແລະ ກົດໝາຍທີ່ກ່ຽວຂ້ອງ

ສານຂອງປະເທດອັງກິດຈະມີອຳນາດເຕັມສ່ວນໃນການຕັດສິນຕໍ່ກັບຄຳຮ້ອງຮຽນ ທີ່ມາຈາກ ຫຼື ກ່ຽວຂ້ອງກັບ ການເຂົ້າເວັບໄຊຂອງພວກເຮົາ ເຖິງແມ່ນວ່າພວກເຮົາຈະຮັກສາສິດໃນການດຳເນີນຄະດີຕໍ່ກັບທ່ານ ສຳລັບການລະເມີດບັນດາເງື່ອນໄຂເຫຼົ່ານີ້ ຢູ່ໃນປະເທດທີ່ທ່ານອາໄສຢູ່ ຫຼື ປະເທດທີ່ກ່ຽວຂ້ອງອື່ນໆ. ບັນດາຂໍ້ກຳນົດເຫຼົ່ານີ້ແມ່ນຄຸ້ມຄອງໂດຍກົດໝາຍຂອງປະເທດອັງກິດ.

ເຄື່ອງໝາຍການຄ້າ

"UNiDAYS" ແມ່ນເປັນເຄື່ອງໝາຍການຄ້າທີ່ໄດ້ມີການລົງທະບຽນ.

ການປ່ຽນແປງ

ພວກເຮົາອາດປັບປຸງແກ້ໄຂບັນດາຂໍ້ກຳນົດໄດ້ຕະຫຼອດເວລາ ໂດຍດັດແກ້ໜ້ານີ້. ຍັງມີການຄາດຫວັງວ່າທ່ານຈະກວດເບິ່ງໜ້ານີ້ເປັນໄລຍະໆ ເພື່ອຕິດຕາມການປ່ຽນແປງທີ່ທາງເຮົາໄດ້ແກ້ໄຂໄປ ເນື່ອງຈາກມັນເປັນຂໍ້ຜູກມັດຕໍ່ທ່ານ. ບາງຂໍ້ບັນຍັດທີ່ຢູ່ໃນຂໍ້ກຳນົດເຫຼົ່ານີ້ ອາດຈະຖືກທົດແທນໂດຍຂໍ້ບັນຍັດ ຫຼື ແຈ້ງການທີ່ໄດ້ພິມລົງຢູ່ບ່ອນອື່ນໃນເວັບໄຊນີ້.

ຂໍ້ຂ້ອງໃຈ

ຖ້າທ່ານມີຂໍ້ຂ້ອງໃຈ ກ່ຽວກັບເນື້ອຫາທີ່ປະກົດຢູ່ໃນເວັບໄຊຂອງພວກເຮົາ, ກະລຸນາຕິດຕໍ່ help@myunidays.com.