Privacy Policy

ບໍລິສັດ MyUnidays Ltd ແມ່ນມີຄວາມຮັບຜິດຊອບຕໍ່ການຮັກສາຄວາມເປັນສ່ວນຕົວຂອງຜູ້ເຂົ້າເບິ່ງ ແລະ ຜູ້ນຳໃຊ້ myunidays.com. ກະລຸນາອ່ານນະໂຍບາຍຄວາມເປັນສ່ວນຕົວຂ້າງລຸ່ມນີ້ ເພື່ອເຂົ້າໃຈເຖິງວິທີທີ່ພວກເຮົາໃຊ້ ແລະ ປົກປ້ອງຂໍ້ມູນທີ່ທ່ານໄດ້ສະໜອງໃຫ້ແກ່ພວກເຮົາ. ເພື່ອເປັນການປະຕິບັດຕາມກົດໝາຍວ່າດ້ວຍການປົກປ້ອງຂໍ້ມູນ ສະບັບປີ 1998 (“ກົດໝາຍ”), ຜູ້ຄວບຄຸມຂໍ້ມູນກໍ່ຄື ບໍລິສັດ MyUnidays Ltd ທີ່ຕັ້ງຢູ່ 2 Castle Boulevard, Nottingham, NG7 1FB.

ເມື່ອໄດ້ມີການລົງທະບຽນໃຊ້ການບໍລິການໃດໜຶ່ງຂອງ myunidays.com, ທ່ານແມ່ນເຫັນດີໃຫ້ມີການເກັບ, ນຳໃຊ້ ແລະ ໂອນຂໍ້ມູນຂອງທ່ານ ເຊິ່ງນອນຢູ່ພາຍໃຕ້ຂໍ້ກຳນົດຂອງນະໂຍບາຍສະບັບນີ້.

ຄຸກກີ້

ພວກເຮົາເກັບຂໍ້ມູນຂອງທ່ານ ໂດຍການນຳໃຊ້ຄຸກກີ້ (ແຟ້ມຂໍ້ມູນທີ່ພວກເຮົາສົ່ງໄປຫາຄອມພີວເຕີຂອງທ່ານ ຫຼື ເຄື່ອງມືຊະນິດອື່ນທີ່ໃຊ້ເຂົ້າອິນເຕີເນັດ) ເຊິ່ງພວກເຮົາສາມາດເຂົ້າເຖິງ ໃນເວລາທີ່ທ່ານເຂົ້າໄປເວັບໄຊຂອງພວກເຮົາໃນອະນາຄົດ. ພວກເຮົາເຮັດສິ່ງດັ່ງກ່າວນີ້ ເພື່ອຈຳແນກທ່ານຈາກຜູ້ຊົມໃຊ້ລາຍອື່ນທີ່ຊົມໃຊ້ເວັບໄຊຂອງພວກເຮົາ ແລະ ມັນເປັນສິ່ງສຳຄັນທີ່ຈະເຮັດໃຫ້ທ່ານສາມາດນຳໃຊ້ເວັບໄຊຂອງພວກເຮົາຢ່າງເຕັມທີ່.

ເມື່ອທ່ານສືບຕໍ່ເປີດເບິ່ງເວັບໄຊຂອງພວກເຮົາ, ທ່ານກໍ່ໄດ້ຕົກລົງໃຫ້ພວກເຮົານຳໃຊ້ຄຸກກີ້.

ພວກເຮົານຳໃຊ້ຄຸກກີ້ລຸ່ມນີ້:
ຄຸກກີ້ທີ່ຈຳເປັນຢ່າງເຂັ້ມງວດ: ຄຸກກີ້ເຫຼົ່ານີ້ແມ່ນສິ່ງຈຳເປັນສຳລັບການດຳເນີນງານຂອງເວັບໄຊຂອງພວກເຮົາ. ຍົກຕົວຢ່າງ, ພວກມັນປະກອບມີຄຸກກີ້ທີ່ເຮັດໃຫ້ທ່ານສາມາດເຂົ້າໄປໃນພື້ນທີ່ໆມີການປ້ອງກັນໃນເວັບໄຊຂອງພວກເຮົາ, ໃຊ້ກະຕ່າຊື້ເຄື່ອງ ຫຼື ໃຊ້ການບໍລິການຈ່າຍບິນແບບອີເລັກໂທຣນິກ. ພວກມັນຍັງຖືກໃຊ້ເພື່ອຈົດຈຳທ່ານໃນເວລາທ່ານກັບຄືນມາໃຊ້ເວັບໄຊຂອງພວກເຮົາອີກ. ສິ່ງດັ່ງກ່າວນີ້ເຮັດໃຫ້ພວກເຮົາສາມາດຈັດເນື້ອຫາສະເພາະ ໃຫ້ແກ່ທ່ານ, ທັກທາຍທ່ານດ້ວຍຊື່ ແລະ ຈົດຈຳສິ່ງທີ່ທ່ານມັກເປັນພິເສດ (ຕົວຢ່າງ: ພາສາ ຫຼື ເຂດ).

ຄຸກກີ້ວິເຄາະ/ປະຕິບັດງານ: ພວກມັນຈະເຮັດໃຫ້ພວກເຮົາຈົດຈຳ ແລະ ນັບຈຳນວນຄັ້ງຂອງການເຂົ້າເວັບໄຊ ແລະ ເບິ່ງໜ້າເວັບທີ່ທ່ານໄດ້ເຂົ້າໄປ ແລະ ລິ້ງທີ່ທ່ານໄດ້ຕິດຕາມ. ພວກເຮົາຈະໃຊ້ຂໍ້ມູນນີ້ເພື່ອສ້າງເວັບໄຊຂອງພວກເຮົາ ແລະ ສະແດງໂຄສະນະທີ່ກ່ຽວກັບສິ່ງທີ່ທ່ານສົນໃຈ. ພວກເຮົາອາດຈະມອບຂໍ້ມູນນີ້ ໃຫ້ແກ່ບຸກຄົນທີສາມເພື່ອຈຸດປະສົງດັ່ງກ່າວນີ້. ກະລຸນາຮັບຊາບວ່າບຸກຄົນທີສາມ (ຕົວຢ່າງເຊັ່ນເຄື່ອຄ່າຍໂຄສະນາ ແລະ ຜູ້ໃຫ້ບໍລິການພາຍນອກເຊັ່ນຜູ້ໃຫ້ບໍລິການວິເຄາະການສັນຈອນທາງເວັບ) ອາດຈະໃຊ້ຄຸກກີ້ຄືກັນ ເຊິ່ງພວກເຮົາບໍ່ມີສິດຄວບຄຸມໄດ້.

ທ່ານສາມາດກັນຄຸກກີ້ໄດ້ ໂດຍການເຂົ້າລະບົບການຕັ້ງຄ່າຢູ່ໃນບຣາວເຊີຂອງທ່ານ ເພື່ອເຮັດໃຫ້ທ່ານສາມາດປິດການຕັ້ງຄ່າຄຸກກີ້ທັງໝົດ ຫຼື ບາງສ່ວນ. ຢ່າງໃດກໍ່ຕາມ, ຖ້າທ່ານໃໍຊ້ການຕັ້ງຄ່າຂອງບຣາວເຊີ ເພື່ອກັນຄຸກກີ້ທັງໝົດ (ລວມທັງຄຸກກີ້ທີ່ມີຄວາມສຳຄັນ) ທ່ານອາດຈະບໍ່ສາມາດເຂົ້າເວັບໄຊຂອງພວກເຮົາທັງໝົດ ຫຼື ບາງສ່ວນ.

ຂໍ້ມູນທີ່ພວກເຮົາເກັບຈາກທ່ານ

ເວລາທ່ານເຂົ້າເວັບໄຊ, ລົງທະບຽນ ຫຼື ເບິ່ງຂໍ້ມູນກ່ຽວກັບສິນຄ້າ ຫຼື ການບໍລິການຢູ່ myunidays.com, ອາດຈະມີການຂໍໃຫ້ທ່ານສະໜອງບາງຂໍ້ມູນກ່ຽວກັບຕົວຂອງທ່ານ ເຊິ່ງລວມທັງຊື່ຂອງທ່ານ, ສະຖານະການສຶກສາ, ຊື່ຂອງສະຖາບັນ ແລະ ທີ່ຢູ່ອີເມວປະຈຸບັນຂອງທ່ານ. ພວກເຮົາອາດຈະເກັບຂໍ້ມູນຂອງທ່ານ ກ່ຽວກັບການນຳໃຊ້ເວັບໄຊຂອງພວກເຮົາ ເຊັ່ນດຽວກັນກັບຂໍ້ມູນທີ່ກ່ຽວກັບທ່ານຈາກຂໍ້ຄວາມທີ່ທ່ານໄດ້ຂຽນໃນເວັບໄຊ ແລະ ອີເມວ ຫຼື ໜັງສືທີ່ທ່ານສົ່ງຫາພວກເຮົາ.

ເວລາທ່ານລົງທະບຽນເປັນສະມາຊິກຄັ້ງທຳອິດກັບ myunidays.com, ທີ່ຢູ່ອີເມວຂອງທ່ານ ແລະ ລະຫັດຜ່ານ myunidays.com ຈະຖືກສ້າງຂຶ້ນ, ຕັ້ງເປັນລະຫັດລັບ ແລະ ຫຼັງຈາກນັ້ນຖືກບັນທຶກໄວ້ໃນຖານຂໍ້ມູນຂອງພວກເຮົາທີ່ມີການປ້ອງກັນ. ມັນຄືລະຫັດຜ່ານນີ້ຈະບໍ່ຖືກນຳໄປເປີດເຜີຍໃຫ້ບຸກຄົນໃດໜຶ່ງ. ເມື່ອທ່ານຕົກລົງເຫັນດີກັບຂໍ້ກຳນົດໃນການບໍລິການ ແລະ ນະໂຍບາຍຄວາມເປັນສ່ວນຕົວຂອງ myunidays.com, ທ່ານແມ່ນໄດ້ອະນຸຍາດໃຫ້ມີການເກັບຂໍ້ມູນຢູ່ໃນສະພາບທີ່ມີການປ້ອງກັນ ເພື່ອຈຸດປະສົງດັ່ງກ່າວນີ້.

ການນຳໃຊ້ຂໍ້ມູນຂອງທ່ານ

ຂໍ້ມູນຂອງທ່ານ ຈະເຮັດໃຫ້ພວກເຮົາສາມາດເຮັດໃຫ້ທ່ານເຂົ້າເຖິງບ່ອນສະເພາະຂອງເວັບໄຊຂອງພວກເຮົາ ແລະ ດຳເນີນການບໍລິການຂອງ myunidays.com ໃຫ້ແກ່ທ່ານ. ພວກເຮົາຍັງຈະໃຊ້ ແລະ ວິເຄາະຂໍ້ມູນ ທີ່ພວກເຮົາໄດ້ເກັບມາ ເພື່ອວ່າພວກເຮົາຈະສາມາດບໍລິຫານ, ສະໜັບສະໜູນ, ປັບປຸງ ແລະ ພັດທະນາທຸລະກິດຂອງພວກເຮົາ.

ໂດຍສະເພາະພວກເຮົາອາດຈະໃຊ້ຂໍ້ມູນຂອງທ່ານເພື່ອຕິດຕໍ່ຫາທ່ານ ເພື່ອສອບຖາມເຖິງທັດສະນະຂອງທ່ານຕໍ່ການບໍລິການຂອງພວກເຮົາ ແລະ ເພື່ອແຈ້ງທ່ານເປັນໄລຍະ ກ່ຽວກັບການປ່ຽນແປງ ຫຼື ການພັດທະນາອັນສຳຄັນທີ່ມີຕໍ່ເວັບໄຊ ຫຼື ການບໍລິການຂອງພວກເຮົາ. ຍິ່ງໄປກວ່ານັ້ນ, ພວກເຮົາອາດຈະໃຊ້ຂໍ້ມູນຂອງທ່ານ ເພື່ອເຮັດໃຫ້ທ່ານຮູ້ກ່ຽວກັບສິນຄ້າ ແລະ ການບໍລິການອື່ນໆຂອງພວກເຮົາ ເຊິ່ງອາດຈະເປັນສິ່ງທີ່ທ່ານສົນໃຈ. ໃນອະນາຄົດ ຖ້າທ່ານປ່ຽນໃຈກ່ຽວກັບການຕິດຕໍ່ຫາທ່ານ, ທ່ານສາມາດເລືອກທີ່ຈະບໍ່ໃຫ້ມີການຕິດຕໍ່ຫາທ່ານ ໂດຍການຕິດຕໍ່ຫາພວກເຮົາໂດຍກົງ ຫຼື ປ່ຽນລາຍການສິ່ງທີ່ທ່ານມັກ ຜ່ານການຕັ້ງຄ່າຂອງບັນຊີສະມາຊິກຂອງທ່ານ.

ຖ້າທ່ານຕິດຕໍ່ຫາພວກເຮົາ, ພວກເຮົາອາດຈະບັນທຶກການພົວພັນດັ່ງກ່າວໄວ້. ສຳລັບເນື້ອຫາທີ່ນອນຢູ່ພາຍໃຕ້ສິດຕໍ່ຊັບສິນທາງປັນຍາ, ເຊັ່ນຮູບພາບ ແລະ ຮູບເຄື່ອນໄຫວ (“ສື່”), ໂດຍອີງຕາມກັບການຕັ້ງຄ່າຂອງບັນຊີສະມາຊິກຂອງທ່ານ, ທ່ານແມ່ນໄດ້ມອບອະນຸຍາດທີ່ບໍ່ຜູກຂາດ, ສາມາດໂອນຕໍ່ໄດ້, ສາມາດອະນຸຍາດຍ່ອຍໄດ້, ປາສະຈາກຄ່າທຳນຽມ, ທີ່ສາມາດໃຊ້ໄດ້ທົ່ວໂລດ (“ອະນຸຍາດ”) ເພື່ອທີ່ຈະນຳໃຊ້ສື່ໃດໜຶ່ງທີ່ໄດ້ມາຈາກທ່ານ ທີ່ກ່ຽວພັນກັບບັນຊີສະມາຊິກຂອງທ່ານ ເພື່ອໃຊ້ເຂົ້າກັບຈຸດປະສົງທາງການຄ້າ ແລະ ທີ່ບໍ່ແມ່ນທາງການຄ້າ ເຊິ່ງລວມທັງ, ແຕ່ບໍ່ຈຳກັດສະເພາະ, ສື່ພິມ, ບົດນຳສະເໜີ, ສື່ໃຊ້ໃນການສົ່ງເສີມ, ໂຄສະນາ ຫຼື ຢູ່ໃນເວັບໄຊຂອງພວກເຮົາ. ການອະນຸຍາດນີ້ຈະໝົດລົງກໍ່ຕໍ່ເມື່ອທ່ານໄດ້ລຶບສື່ ຫຼື ບັນຊີສະມາຊິກຂອງທ່ານ ນອກຈາກວ່າເນື້ອຫາຂອງທ່ານໄດ້ຖືກສົ່ງຕໍ່ໃຫ້ຜູ້ອື່ນ ແລະ ພວກເຂົາບໍ່ໄດ້ລຶບມັນອອກ.

ເມື່ອທ່ານລຶບສື່ຂອງທ່ານ, ສື່ເຫຼົ່ານັ້ນກໍ່ຈະຖືກລືບອອກ ໃນລັກສະນະທີ່ຄ້າຍກັບການກຳຈັດສິ່ງທີ່ຢູ່ໃນຖັງຂີ້ເຫຍື່ອ (recycle bin) ໃນເຄື່ອງຄອມພີວເຕີຂອງທ່ານ. ຢ່າງໃດກໍ່ຕາມ, ທ່ານເຂົ້າໃຈວ່າ ເນື້ອຫາທີ່ຖືກລຶບອອກອາດຈະຍັງຄ້າງຢູ່ໃນສຳເນົາສຳຮອງເປັນໄລຍະເວລາທີ່ສົມຄວນ (ແຕ່ຜູ້ອື່ນຈະບໍ່ສາມາດເຂົ້າເບິ່ງໄດ້).

ການເປິດເຜີຍຂໍ້ມູນຂອງທ່ານ

ຂໍ້ມູນທີ່ທ່ານໄດ້ມອບໃຫ້ພວກເຮົາ ຈະຖືກເກັບໄວ້ໃນຄອມພີວເຕີທີ່ປອດໄພຂອງພວກເຮົາ ຢູ່ປະເທດສະຫະລາຊາອານາຈັກ ແລະ ປະເທດອຽກລັງ ແລະ ຈະສາມາດເຂົ້າເຖິງໂດຍ ຫຼື ມອບໃຫ້ແກ່ພະນັກງານຂອງພວກເຮົາທີ່ເຮັດວຽກຢູ່ນອກສະຫະລາຊາອານາຈັກ ເຊິ່ງບາງຄົນອາດຈະຢູ່ນອກເຂດເສດຖະກິດເອີຣົບ, ຜູ້ທີ່ເຮັດວຽກເພື່ອພວກເຮົາ ເພື່ອຈຸດປະສົງທີ່ໄດ້ກຳນົດໄວ້ໃນນະໂຍບາຍສະບັບນີ້ ຫຼື ເພື່ອຈຸດປະສົງອື່ນໆຕາມທີ່ທ່ານອະນຸຍາດ. ພາກສ່ວນເຫຼົ່ານັ້ນຈະປະມວນຂໍ້ມູນ ແລະ ໃຫ້ການບໍລິການສະໜັບສະໜູນ ໂດຍເຮັດຕາງໜ້າໃຫ້ແກ່ພວກເຮົາ.

ພວກເຮົາອາດຈະສົ່ງຕໍ່ຂໍ້ມູນລວມຂອງການນຳໃຊ້ເວັບໄຊຂອງພວກເຮົາໃຫ້ແກ່ພາກສ່ວນທີສາມ ແຕ່ນີ້ຈະບໍ່ໄດ້ລວມເອົາຂໍ້ມູນທີ່ຈະສາມາດນຳໄປລະບຸຕົວຕົນຂອງທ່ານ. ບັນດາປະເທດທີ່ຢູ່ນອກເຂດເສດຖະກິດເອີຣົບສ່ວນໃຫຍ່ ຈະບໍ່ມີກົດໝາຍວ່າດ້ວຍການປົກປ້ອງຂໍ້ມູນທີ່ເຂັ້ມແຂງ. ຢ່າງໃດກໍ່ຕາມ, ພວກເຮົາແມ່ນປະຕິບັດເປັນບາດກ້າວ ເພື່ອຮັບປະກັນວ່າ ຂໍ້ມູນຂອງທ່ານແມ່ນຖືກນຳໃຊ້ໂດຍພາກສ່ວນທີສາມ ຕາມນະໂຍບາຍສະບັບນີ້. ການຢືນຢັນວ່າທ່ານໄດ້ມີບັນຊີສະມາຊິກກັບພວກເຮົາ ຕາມອີເມວທີ່ທ່ານໄດ້ໃຊ້ລົງທະບຽນ ຫຼື ຕາມການຢືນຢັນກັບພວກເຮົາ ແມ່ນຈະຖືກເປີດເຜີຍຕໍ່ສາທາລະນະ. ນອກຈາກຈະມີຄວາມຈຳເປັນທາງກົດໝາຍ, ພວກເຮົາຈະບໍ່ມອບ, ຂາຍ ຫຼື ຈຳໜ່າຍຂໍ້ມູນໃດໜຶ່ງຂອງທ່ານ ໂດຍທີ່ບໍ່ໄດ້ຮັບການເຫັນດີຈາກທ່ານ. ສຸດທ້າຍນີ້, ຖ້າຫາກວ່າທຸລະກິດຂອງພວກເຮົາໄດ້ມີການຮ່ວມທຶນກັບ ຫຼື ຖືກຂາຍໃຫ້ແກ່ ຫຼື ຖືກໂຮມເຂົ້າກັບນິຕິບຸກຄົນອື່ນ, ຂໍ້ມູນຂອງທ່ານກໍ່ອາດຈະຖືກເປີດເຜີຍຕໍ່ຄູ່ຮ່ວມທຸລະກິດ ຫຼື ເຈົ້າຂອງໃໝ່ຂອງພວກເຮົາ.

ສິດຂອງທ່ານ

ທ່ານມີສິດຂໍໃຫ້ພວກເຮົາບໍ່ໃຫ່ນຳໃຊ້ຂໍ້ມູນຂອງທ່ານເຂົ້າໃນຈຸດປະສົງຂອງການຕະຫຼາດ. ທ່ານສາມາດໃຊ້ສິດຂອງທ່ານ ເພື່ອປ້ອງກັນການດຳເນີນການດັ່ງກ່າວ ໂດຍປ່ຽນແປງການຕັ້ງຄ່າຂອງບັນຊີສະມາຊິກຂອງທ່ານ.

ເວັບໄຊຂອງພວກເຮົາອາດຈະມີລິ້ງເຊື່ອມຫາ ແລະ ມາຈາກເວັບໄຊຂອງເຄື່ອຄ່າຍຂອງຜູ້ຮ່ວມທຸລະກິດ, ຜູ້ລົງໂຄສະນາ ແລະ ຮຸ້ນສ່ວນຂອງພວກເຮົາ. ຖ້າທ່ານເຂົ້າເບິ່ງລິ້ງຂອງເວັບໄຊເຫຼົ່ານີ້, ກະລຸນາຮັບຊາບວ່າ ເວັບໄຊເຫຼົ່ານີ້ແມ່ນມີນະໂຍບາຍຄວາມເປັນສ່ວນຕົວຂອງຕົວເອງ ແລະ ພວກເຮົາບໍ່ຂໍຮັບຜິດຊອບ ຫຼື ຮັບຜິດຊອບຕໍ່ໜ້າກົດໝາຍສຳລັບນະໂຍບາຍເຫຼົ່ານີ້. ກະລຸນາກວດສອບນະໂຍບາຍເຫຼົ່ານີ້ ກ່ອນທ່ານຈະມອບຂໍ້ມູນສ່ວນຕົວຂອງທ່ານໃຫ້ແກ່ເວັບໄຊດັ່ງກ່າວ.

ການຮັກສາຄວາມປອດໄພ ແລະ ຂໍ້ມູນ

ພວກເຮົານຳໃຊ້ມາດຕະການຄວາມປອດໄພໃນການປ້ອງກັນຂໍ້ມູນຂອງທ່ານ ເພື່ອບໍ່ໃຫ້ມີການເຂົ້າເຖິງໂດຍບຸກຄົນທີ່ບໍ່ໄດ້ຮັບອະນຸຍາດ ແລະ ເພື່ອບໍ່ໃຫ້ມີການນຳໄປໃຊ້ໃນທາງທີ່ຜິດຕໍ່ກົດໝາຍ, ການສູນເສຍໂດຍອຸບັດຕິເຫດ, ການທຳລາຍ ແລະ ການເສຍຫາຍ. ພວກເຮົາຈະຮັກສາຂໍ້ມູນຂອງທ່ານເປັນໄລຍະເວລາທີ່ສົມຄວນ ຫຼື ຕາມທີ່ກົດໝາຍຮຽກຮ້ອງ.

ການເຂົ້າເຖິງ ແລະ ການປັບປຸງ

ທ່ານມີສິດເບິ່ງຂໍ້ມູນຂອງທ່ານ ແລະ ທ່ານອາດຈະຂໍໃຫ້ພວກເຮົາປ່ຽນແປງບ່ອນທີ່ຈຳເປັນ ເພື່ອຮັບປະກັນວ່າ ມັນຖືກຕ້ອງ ແລະ ເປັນຂໍ້ມູນລ່າຊຸດ. ຖ້າທ່ານຕ້ອງການເຮັດເຊັ່ນນັ້ນ, ກະລຸນາຕິດຕໍ່ຫາພວກເຮົາ. ພວກເຮົາມີສິດຕາມກົດໝາຍໃນການເກັບຄ່າທຳນຽມ £10 ສຳລັບຄ່າໃຊ້ຈ່າຍໃນການສະໜອງຂໍ້ມູນລາຍລະອຽດຂອງທ່ານທີ່ພວກເຮົາມີຢູ່ໃຫ້ແກ່ທ່ານ.

ການປ່ຽນແປງຕໍ່ນະໂຍບາຍຄວາມເປັນສ່ວນຕົວຂອງພວກເຮົາ

ການປ່ຽນແປງໃດໜຶ່ງໃນອະນາຄົດ ຕໍ່ນະໂຍບາຍຄວາມເປັນສ່ວນຕົວຂອງພວກເຮົາ ຈະຖືກເອົາໄປລົງໃນເວັບໄຊ ແລະ ແຈ້ງການຜ່ານທາງອີເມວ, ຖ້າຈຳເປັນ.

ການຕິດຕໍ່

ພວກເຮົາຍິນດີຮັບຄຳເຫັນ, ຄຳຖາມ ແລະ ຄຳສະເໜີທັງໝົດ ທີ່ກ່ຽວຂ້ອງກັບການທີ່ພວກເຮົານຳໃຊ້ຂໍ້ມູນຂອງທ່ານ ແລະ ສິ່ງເຫຼົ່ານີ້ຄວນຖືກສົ່ງຜ່ານທາງອີເມວຕາມທີ່ຢູ່ help@myunidays.com

ກົດຈັນຍາບັນໃນການປົກປ້ອງຂໍ້ມູນຂອງ GÉANT (CoCo)

ຊື່ຂອງການບໍລິການ

UNiDAYS

ລາຍລະອຽດຂອງການບໍລິການ

UNiDAYS ແມ່ນເປັນເຄື່ອຄ່າຍພົວພັນນັກສຶກສາ (Student Affinity Network), ໂດຍເຊື່ອມນັກສຶກສາທົ່ວໂລກກັບສິນຄ້າ ແລະ ການບໍລິການທີ່ກ່ຽວຂ້ອງ.

ຜູ້ຄວບຄຸມຂໍ້ມູນ ແລະ ຜູ້ຕິດຕໍ່

ບໍລິສັດ MyUnidays ຈຳກັດ ທີ່ຕັ້ງຢູ່ 2 Castle Boulevard, Nottingham, NG7 1FB ແມ່ນເປັນຜູ້ຄວບຄຸມຂໍ້ມູນ ແລະ ສາມາດຕິດຕໍ່ຫາໄດ້ໂດຍກົງ ຜ່ານທາງໄປສະນີຕາມທີ່ຢູ່ດັ່ງກ່າວ ຫຼື ທາງອີເມວທີ່ help@myunidays.com

ຂອບເຂດທີ່ກົດໝາຍຄວບຄຸມ

GB, ປະເທດອັງກິດ

ຂໍ້ມູນສ່ວນຕົວທີ່ຖືກປະມວນ

ຂໍ້ມູນລຸ່ມນີ້ແມ່ນມີການສະເໜີຂໍຈາກອົງການພາຍໃນຂອງທ່ານ:

  • ການລະບຸຕົວຕົນຜູ້ຊົມໃຊ້ທີ່ເປັນແບບສະເພາະຂອງທ່ານ (ລະບົບລະບຸຕົວຕົນ SAML, ePPN ຫຼື ePTID) ບົດບາດຂອງທ່ານໃນອົງການພາຍໃນ (eduPersonAffiliation, eduPersonPrimaryAffiliation ຫຼື eduPersonScopedAffiliation)
  • ຂໍ້ມູນລຸ່ມນີ້ແມ່ນໄດ້ມາຈາກທ່ານ: ເວລາທ່ານເຂົ້າເວັບໄຊ, ລົງທະບຽນ ຫຼື ເບິ່ງຂໍ້ມູນກ່ຽວກັບສິນຄ້າ ຫຼື ການບໍລິການຢູ່ myunidays.com, ອາດຈະມີການຂໍໃຫ້ທ່ານສະໜອງບາງຂໍ້ມູນກ່ຽວກັບຕົວຂອງທ່ານ ເຊິ່ງລວມທັງຊື່ຂອງທ່ານ, ສະຖານະການສຶກສາ, ຊື່ຂອງສະຖາບັນ ແລະ ທີ່ຢູ່ອີເມວປະຈຸບັນຂອງທ່ານ.

ນອກຈາກນັ້ນ, ພວກເຮົາອາດຈະເກັບຂໍ້ມູນຂອງທ່ານກ່ຽວກັບການນຳໃຊ້ເວັບໄຊຂອງພວກເຮົາ ເຊັ່ນດຽວກັນກັບຂໍ້ມູນທີ່ກ່ຽວກັບທ່ານຈາກຂໍ້ຄວາມທີ່ທ່ານໄດ້ຂຽນໃນເວັບໄຊ ແລະ ອີເມວ ຫຼື ໜັງສືທີ່ທ່ານສົ່ງຫາພວກເຮົາ.

ຈຸດປະສົງໃນການປະມວນຂໍ້ມູນສ່ວນຕົວ

ຂໍ້ມູນຂອງທ່ານ ຈະເຮັດໃຫ້ພວກເຮົາສາມາດເຮັດໃຫ້ທ່ານເຂົ້າເຖິງບ່ອນສະເພາະຂອງເວັບໄຊຂອງພວກເຮົາ ແລະ ດຳເນີນການບໍລິການຂອງ myunidays.com ໃຫ້ແກ່ທ່ານ. ພວກເຮົາຍັງຈະໃຊ້ ແລະ ວິເຄາະຂໍ້ມູນ ທີ່ພວກເຮົາໄດ້ເກັບມາ ເພື່ອວ່າພວກເຮົາຈະສາມາດໃຫ້ບໍລິຫານ, ສະໜັບສະໜູນ, ປັບປຸງ ແລະ ພັດທະນາທຸລະກິດຂອງພວກເຮົາ.

ໂດຍສະເພາະພວກເຮົາອາດຈະໃຊ້ຂໍ້ມູນຂອງທ່ານເພື່ອຕິດຕໍ່ຫາທ່ານ ເພື່ອສອບຖາມເຖິງທັດສະນະຂອງທ່ານຕໍ່ການບໍລິການຂອງພວກເຮົາ ແລະ ເພື່ອແຈ້ງທ່ານເປັນໄລຍະ ກ່ຽວກັບການປ່ຽນແປງ ຫຼື ການພັດທະນາອັນສຳຄັນທີ່ມີຕໍ່ເວັບໄຊ ຫຼື ການບໍລິການຂອງພວກເຮົາ.

ຍິ່ງໄປກວ່ານັ້ນ, ພວກເຮົາອາດຈະໃຊ້ຂໍ້ມູນຂອງທ່ານ ເພື່ອເຮັດໃຫ້ທ່ານຮູ້ກ່ຽວກັບສິນຄ້າ ແລະ ການບໍລິການອື່ນໆຂອງພວກເຮົາ ເຊິ່ງອາດຈະເປັນສິ່ງທີ່ທ່ານສົນໃຈ. ໃນອະນາຄົດຖ້າທ່ານປ່ຽນໃຈກ່ຽວກັບການຕິດຕໍ່ຫາທ່ານ, ທ່ານສາມາດເລືອກທີ່ຈະບໍ່ໃຫ້ມີການຕິດຕໍ່ຫາທ່ານ ໂດຍການຕິດຕໍ່ຫາພວກເຮົາໂດຍກົງ ຫຼື ປ່ຽນລາຍການສິ່ງທີ່ທ່ານມັກຜ່ານການຕັ້ງຄ່າຂອງບັນຊີສະມາຊິກຂອງທ່ານ.

ຖ້າທ່ານຕິດຕໍ່ຫາພວກເຮົາ, ພວກເຮົາອາດຈະບັນທຶກການພົວພັນດັ່ງກ່າວ.

ພວກເຮົາຍັງຈະຮັກສາບາງຂໍ້ມູນ ເພື່ອຫຼິກລ້ຽງການຫຼອກລວງ.

ພາກສ່ວນທີ່ສາມທ່ີ່ໄດ້ຮັບຂໍ້ມູນສ່ວນຕົວ

ຂໍ້ມູນສ່ວນຕົວແມ່ນບໍ່ໄດ້ຖືກນຳໄປເປີດເຜີຍໃຫ້ແກ່ຄູ່ຮ່ວມທຸລະກິດຂອງພວກເຮົາ ແລະ ຖ້າມີການມອບ ກໍ່ຈະມອບໂດຍບໍ່ໄດ້ລະບຸເຖິງເຈົ້າຂອງຂໍ້ມູນ ແລະ ມອບໃນຮູບແບບລວມ. ພວກເຮົາອາດຈະມອບຂໍ້ມູນສ່ວນຕົວຂອງທ່ານໃຫ້ແກ່ຜູ້ໃຫ້ບໍລິການພາກສ່ວນທີສາມຂອງພວກເຮົາ ເພື່ອຈຸດປະສົງໃນການສະໜອງການບໍລິການຂອງພວກເຮົາໃຫ້ແກ່ທ່ານ ໂດຍສະເພາະໃນການຕິດຕໍ່ທ່ານ ກ່ຽວກັບການບໍລິການ ແລະ ສິນຄ້າຂອງພວກເຮົາ. ສຸດທ້າຍນີ້, ພວກເຮົາອາດຈະເປີດເຜີຍຂໍ້ມູນຂອງທ່ານຕໍ່ຫົວໜ່ວຍທຸລະກິດທີ່ພວມມີສ່ວນຮ່ວມ, ໂຮມຕົວເຂົ້າ ຫຼື ຮ່ວມທຸລະກິດກັບພວກເຮົາ. ການຢືນຢັນວ່າທ່ານໄດ້ມີບັນຊີສະມາຊິກກັບພວກເຮົາ ຕາມອີເມວທີ່ທ່ານໄດ້ໃຊ້ລົງທະບຽນ ຫຼື ຕາມການຢືນຢັນກັບພວກເຮົາ ແມ່ນຈະຖືກເປີດເຜີຍຕໍ່ສາທາລະນະ.

ວິທີເຂົ້າເບິ່ງ, ແກ້ໄຂ ແລະ ລຶບຂໍ້ມູນສ່ວນຕົວຂອງທ່ານ.

ເພື່ອທີ່ຈະສະເໜີຂໍເຂົ້າເບິ່ງ ຫຼື ແກ້ໄຂ ຫຼື ລຶບຂໍ້ມູນ ໃນກໍລະນີຂໍ້ມູນດັ່ງກ່າວແມ່ນສາມາດຖືກລຶບໄດ້, ກະລຸນາຕິດຕໍ່ພວກເຮົາຕາມລາຍລະອຽດຕິດຕໍ່ຂ້າງເທີງ. ກະລຸນາຮັບຊາບວ່າ ເມື່ອຂໍ້ມູນຖືກເກັບຮັກສາຕາມເປົ້າໝາຍອັນຊອບທຳ ເຊັ່ນການປ້ອງກັນຕໍ່ການຫຼອກລວງ, ພວກເຮົາແມ່ນບໍ່ມີພັນທະທີ່ຈະລຶບຂໍ້ມູນດັ່ງກ່າວນີ້.

ທ່ານມີສິດຂໍໃຫ້ພວກເຮົາບໍ່ໃຫ່ນຳໃຊ້ຂໍ້ມູນຂອງທ່ານເຂົ້າໃນຈຸດປະສົງຂອງການຕະຫຼາດ. ທ່ານສາມາດໃຊ້ສິດຂອງທ່ານ ເພື່ອປ້ອງກັນການດຳເນີນການດັ່ງກ່າວ ໂດຍປ່ຽນແປງການຕັ້ງຄ່າຂອງບັນຊີສະມາຊິກຂອງທ່ານ.

ການຮັກສາຂໍ້ມູນ

ພວກເຮົານຳໃຊ້ມາດຕະການຄວາມປອດໄພໃນການປ້ອງກັນຂໍ້ມູນຂອງທ່ານ ເພື່ອບໍ່ໃຫ້ມີການເຂົ້າເຖິງໂດຍບຸກຄົນທີ່ບໍ່ໄດ້ຮັບອະນຸຍາດ ແລະ ເພື່ອບໍ່ໃຫ້ມີການນຳໄປໃຊ້ໃນທາງທີ່ຜິດຕໍ່ກົດໝາຍ, ການສູນເສຍໂດຍອຸບັດຕິເຫດ, ການທຳລາຍ ແລະ ການເສຍຫາຍ. ຂໍ້ມູນຂອງທ່ານຈະຖືກເກັບຮັກສາໃນໄລຍະເວລາທີ່ບັນຊີສະມາຊິກຂອງທ່ານຍັງໃຊ້ການໄດ້. ເມື່ອທ່ານຍົກເລີກການເປັນສະມາຊິກ, ຂໍ້ມູນທັງໝົດທີ່ບໍ່ຈຳເປັນສຳລັບການປ້ອງກັນຕໍ່ການຫຼອກລວງຈະຖືກລຶບ.

ກົດຈັນຍາບັນໃນການປົກປ້ອງຂໍ້ມູນ

ຂໍ້ມູນຂອງທ່ານຈະໄດ້ຮັບການປົກປ້ອງຕາມກົດໝາຍວ່າດ້ວຍການປົກປ້ອງຂໍ້ມູນ ສະບັບປີ 1988 ແລະ ລະບຽບຕໍ່ການປ້ອງກັນຂໍ້ມູນທົ່ວໄປ ເມື່ອມີການຈັດຕັ້ງປະຕິບັດ

ຂໍ້ມູນສ່ວນຕົວຂອງທ່ານຈະໄດ້ຮັບການປົກປ້ອງຕາມກົດຈັນຍາບັນ ສຳລັບຜູ້ໃຫ້ບໍລິການ ເຊິ່ງເປັນມາດຕະຖານທົ່ວໄປສຳລັບຂະແໜງການຄົ້ນຄວ້າ ແລະ ການສຶກສາໃນລະດັບມະຫາວິທະຍາໄລ ເພື່ອປົກປ້ອງຄວາມເປັນສ່ວນຕົວຂອງທ່ານ.

ໜັງສືຖະແຫຼງການກ່ຽວກັບຄວາມເປັນສ່ວນຕົວ ສະບັບລົງວັນທີ 14 ມິຖຸນາ 2017.